ສສສຄ ອອກບູດງານ ” 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈບໍລິຈາກເລືອດ “

by | ມ.ຖ. 27, 2023

ໃນວັນທີ່ 17 ມີນາ 2023 ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ມີໂອກາດເຂົ້າຮ່ວມວາງບູດສະແດງ ສສສຄ ໃນງານ “ຂະບວນການຊາວໜຸ່ມອາສາສະມັກບໍລິຈາກເລືອດຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ທີ່ຈັດໂດຍ ສູນກາງຊາວໜຸ່ມ ແລະ ອົງການກາແດງລາວ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງການບໍລິຈາກເລືອດໃນຄັ້ງນີ້ສາມາດຮັບການລະດົມບໍລິຈາກເລືອດທັງໝົດແມ່ນ 495 ຖົງ, ສາມາດຊ່ວຍຊີວິດຄົນໄດ້ເຖິງ 1,485 ຄົນ.
ຈຸດປະສົງ:
– ການເຂົ້າຮ່ວມວາງສະແດງຄັ້ງນີ້ ເພື່ອການໂຄສະນາເຜີຍແຜ່ຫນ້າວຽກຂອງ ສສສຄ ທີ່ສຸມໃສ່
– ເພື່ອໂຄສະນາຫ້ອງໃຫ້ຄຳປຶກສາຂອງ ສສສຄ
– ເພື່ອໃຫ້ຄວາມຮູ້ເລື່ອງສຸຂະພາບຈະເລີນພັນຂອງໄວຫນຸ່ມ
ນອກຈາກນັ້ນພວກເຮົາຍັງໄດ້ແຈກຖົງຢາງອານາໄມອີກດ້ວຍ
📝ຂຽນຂ່າວໂດຍ: ນາງ ວົງນີລັນ ແອງທອງມີ
🕵🏻ກວດແກ້ໂດຍ: ນາງ ທິບພະຈັນ ອິນທະວົງ
📸ຖ່າຍຮູບໂດຍ: ນາງ ວົງນີລັນ ແອງທອງມີ