ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ

ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ

ໃນວັນທີ 3-5 ມິຖຸນາ 2022 ທີ່ຜ່ານມາ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ພາຍໃຕ້ໂຄງການ “ເສີມສ້າງທ່າແຮງ ໃຫ້ກັບໄວໜຸ່ມ ໃນວຽກງານສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ໂດຍຜ່ານການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ” ໄດ້ຈັດ ແຄ້ມສາມັກຄີ ຂື້ນຢູ່ທີ່ ສວນເສືອປ່າ, ແຂວງ ວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 43 ທ່ານ

ຈຸດປະສົງເພື່ອ:

– ເພື່ອເປັນການແລກປ່ຽນ ຮຽນຮູ້ ແລະ ແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ

– ເພື່ອເປັນການສ້າງສາຍສຳພັນ, ເຮັດຄວາມຮູ້ຈັກກັນ ແລະ ຮ່ວມຫຼິ້ນກິດຈະກຳຮ່ວມກັນ ລະຫວ່າງ ພະນັກງານ ສສສຄ, ອາສາສະໝັກ ສສສຄ, ກຸ່ມເພື່ອນສອນເພື່ອ ແລະ ຄູອາຈານ ຈາກ 10 ໂຮງຮຽນ

– ເພື່ອເປັນການໃຫ້ຄວາມຮູ້ ແລະ ບົດຮຽນ ແກ່ຜູ້ເຂົ້າຮ່ວມ (ບົດຮຽນຜູ້ນຳ ຜູ້ຕາມ)

– ເພື່ອເປັນການແລກປ່ຽນບົດຮຽນ ແລະ ກິດຈະກຳຜ່ານມາ ແລະ ເວົ້າເຖິງຄວາມປະທັບໃຈຕໍ່ໂຄງການ

ໂຄງການດັ່ງກ່າວຈັດຂື້ນ ພາຍໃຕ້ແຜນງານ ເຊກາ (CEGGA) ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ສະຫະພາບ ເອີຣົບ ປະຈໍາລາວ.

ຂຽນຂ່າວ ແລະ ຕັດຕໍ່ວີດີໂອໂດຍ: ທ່ານ ນ. ວັນນະສອນ ນຸພາບພະວົງສີ

ຖ່າຍພາບ ແລະ ວີດີໂອ ໂດຍ: ທ່ານ ນ. ນີ່ນ້າ ແສງພະຈັນ

ຈັດຊຸດຝຶກອົບຮົມ “ການນໍາໃຊ້ແບບຟອມບັນທຶກ-ລາຍງານກ່ຽວກັບວຽກງານແມ່ແລະເດັກ ສະບັບປັບປຸງໃໝ່

ຈັດຊຸດຝຶກອົບຮົມ “ການນໍາໃຊ້ແບບຟອມບັນທຶກ-ລາຍງານກ່ຽວກັບວຽກງານແມ່ແລະເດັກ ສະບັບປັບປຸງໃໝ່

ວັນທີ 23-26/05/2022 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຮ່ວມກັບ ພະແນກສາທາລະນະສຸກແຂວງບໍ່ແກ້ວ, ໄດ້ຈັດຊຸດຝຶກອົບຮົມ “ການນໍາໃຊ້ແບບຟອມບັນທຶກ-ລາຍງານກ່ຽວກັບວຽກງານແມ່ແລະເດັກ ສະບັບປັບປຸງໃໝ່(ສະບັບ 2.1)” ແລະ ຊຸດຝຶກອົບຮົມ “ການບໍລິການ ການໃຫ້ຄຳປຶກສາດ້ານສຸຂະພາບແບບທາງໄກ” ໃຫ້ແກ່ ທ່ານໝໍທີ່ມາຈາກໂຮງໝໍເມືອງ, ສາທາລະນະສຸກເມືອງ: ເມືອງປາກທາ, ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ໂຮງໝໍນ້ອຍ 10 ແຫ່ງ ທີ່ເປັນເປົ້າໝາຍຂອງໂຄງການເຊື່ອມສານແມ່ປອດໄພ ແລະ ໂຄງການຕອບສະໜອງ(RESPOND) ໂດຍໃຫ້ກຽດເປັນປະທານໃນການເປີດຊຸດອົບຮົມຈາກ ທ່ານ ດຣ. ບຸນເລື່ອນ ສິດສົມພູ ຫົວຫນ້າຫ້ອງການສາທາລະນະສຸກເມືອງຜາອຸດົມ ແລະ ການເປັນປະທານຮ່ວມໂດຍ ດຣ. ສຸພົນ ໄຊຍະວົງ ອໍານວຍການ ສສສຄ.
ຜູ້ເຂົ້າຮ່ວມທັງໝົດ: 32 ທ່ານ, ຍິງ 23 ທ່ານ
ພາຍໃຕ້ໂຄງການ “RESPOND”
ສະຖານທີ່: ຫ້ອງປະຊຸມໂຮງໝໍເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ
 
ຈຸດປະສົງ:
– ເພື່ອໃຫ້ພະນັກງານຂັ້ນເມືອງ ແລະ ໂຮງໝໍນ້ອຍສາມາດນໍາໃຊ້ແບບຟອມໃນການບັນທຶກ-ລາຍງານ ວຽກງານແມ່ ແລະ ເດັກໄດ້ຢ່າງຖືກຕ້ອງ.
– ເພື່ອສ້າງຄວາມເຂັ້ມແຂງທາງດ້ານການໃຫ້ບໍລິການ, ການໃຫ້ຄໍາປຶກສາດ້ານສຸຂະພາບ ແບບທາງໄກ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບຫຼັກໃນການບໍລິການ ການແພດແບບທາງໄກ ໃຫ້ມີຄວາມເຂົ້າໃຈ ແລະ ມີຂັ້ນຕອນວິທີການທີ່ຖືກຕ້ອງຫຼາຍຂື້ນ, ພ້ອມທັງສາມາດນຳໃຊ້ໃນການຈັດຕັ້ງປະຕິບັດຕົວຈິງໄດ້.
ຂຽນຂ່າວໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ
ຖ່າຍພາບໂດຍ: ນ. ແສງສະໄໝ ສ່ຽນສີລິບຸດ