ມອບບົດລາຍງານ ສະຫຼຸບຜົນງານ 6 ເດືອນ ທ້າຍປີຜ່ານມາ

by | ກ.ພ. 20, 2022

ໃນວັນທີ 18 ກຸມພາ 2022 ດຣ.ຈັນສີ ພິມພະຈັນ ປະທານ ສະມາຄົມ ສົ່ງເສີມສຸຂະພາບຄອບຄົວ, ໃນນາມ ປະທານ ຄະນະປະສານງານ ອົງການຈັດຕັ້ງ ສັງຄົມລາວ ຕາງໜ້າໃຫ້ ຄະນະປະສານງານ ອົງການຈັດຕັ້ງສັງຄົມໄປພົບປະ ລາຍງານວຽກງານ ແລະ ແຜນຂອງ CSOs ລາວ ໃຫ້ແກ່ຫົວໜ້າ ກົມບໍລິຫານລັດ ກະຊວງພາຍໃນ ພ້ອມທັງ ມອບບົດລາຍງານ ສະຫຼຸບຜົນງານ 6 ເດືອນ ທ້າຍປີຜ່ານມາ ແລະ ແຜນຕໍ່ຫນ້າສຳລັບປີ 2022.​ ນອກຈາກນັ້ນ,​ ຍັງໄດ້ມອບ ເສື້ອ ຄະນະສະເພາະກິດຂັ້ນສູນກາງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ Covid 19