ຊຸກຢູ້ຕິດຕາມເພື່ອນແທ້ ໂຮງໝໍນ້ອຍ 10 ແຫ່ງ

by | ກ.ພ. 23, 2022

ໃນວັນທີ 15-24 ກຸມພາ 2022 ທີມງານສະມາຄົມສົ່ງເສີມສຸຂະພາບຄອບຄົວ ຮ່ວມກັບ ທີມງານຂັ້ນເມືອງຮຸນ ໂດຍມີ ຄະນະບໍລິຫານຫ້ອງການ, ປະສູດ, ແມ່ ແລະ ເດັກ, ອາຫານ ແລະ ຢາ, ນຳ້ສະອາດ ແລະ ສຸຂະພິບານ ໄດ້ມີການລົງຈັດຕັ້ງປະຕິບັດກິດຈະກຳ ຊຸກຍູ້ຕິດຕາມເພື່ອນແທ້ໂຮງໝໍນ້ອຍ 10 ແຫ່ງ ( ໂຮງໝໍນ້ອຍນ້ໍາຕໍາ, ໂພນໄຊ, ນາຊຽງດີ, ນຳ້ພວນ, ນຳ້ພູນ, ຜາຄຳ, ພູວຽງໄຊ, ພູແຊ, ສີບຸນເຮືອງ, ນາວາງ), ເມືອງຮຸນ, ແຂວງ ອຸດົມໄຊ

ຈຸດປະສົງ:

• ເພຶ່ອເປັນການເພີ່ມທັກສະ, ຄວາມຮູ້ ກ່ຽວກັບ ເພື່ອນແທ້ໂຮງໝໍນ້ອຍ ເພື່ອເພີ່ມຄຸນນະພາບການ ບໍລິການ ລະຫວ່າງ ຜູ້ໃຫ້ບໍລິການ ກັບ ຜູ້ມາໃຊ້ບໍລິການ, ເຮັດໃຫ້ສະຖານທີ່ການບໍລິການສາທາລະນະສຸກມີຄວາມສະອາດຂຶ້ນ ເພື່ອເຮັດໃຫ້ຊຸມຊົນເຊື້ອໝັ້ນໃນການບໍລິການຂອງແພດໝໍ ແລະ ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ໂດຍສະເພາະແມ່ນໂຮງໝໍນ້ອຍທັງ 10 ແຫ່ງເປົ້າໝາຍ ຢູ່ເມືອງຮຸນ, ແຂວງອຸດົມໄຊ

• ເພື່ອສົນທະນາ ປຶກສາຫາລື ກ່ຽວກັບສະພາບທົ່ວໄປຂອງໂຮງໝໍນ້ອຍ, ສະພາບບັນຫາສຸຂະພາບຂອງປະຊາຊົນ ແລະ ການບໍລິການແມ່ແລະເດັກ ແລະ ການເກີດລູກໃນໂຮງໝໍນ້ອຍດັ່ງກ່າວ

• ເພື່ອວິເຄາະ “ຕົ້ນໄມ້ແຫ່ງຄວາມຫວັງ ຂອງໂຮງໝໍນ້ອຍ” ຈັດລຽງບັນຫາ-ຫາວິທີການແກ້ໄຂ ທີ່ເປັນບູລິມະສິດ (ສ້າງແຜນການແກ້ໄຂບັນຫາຂອງໂຮງໝໍນ້ອຍ)

• ເພື່ອນຳພາໂຮງໝໍນ້ອຍລົງມືແກ້ໄຂບັນຫາທີ່ເຮັດໄດ້ ເຊັ່ນ ການເຮັດອະນາໄມ, ການຈັດສະຖານທີ່, ການກວດ ແລະ ຈັດເກັບມ້ຽນເຄື່ອງມື, ອຸປະກອນຮັບໃຊ້ຕ່າງໆ, ການຈັດມ້ຽນເອກະສານ, ການເຮັດການອະເຊື້ອ+ການປະສົມນ້ຳຢາ Chlorine 0.5%, ສະພາບຫ້ອງນໍ້າ ແລະ ການຊົມໃຊ້ນໍ້າ ແລະ ການກຳຈັດຂີ້ເຫຍື້ອຕ່າງໆ

• ເພື່ອສາທິດ ແລະ ຝຶກຫັດການຊ່ວຍເກີດລູກ ດ້ວຍ MamaNatali ຝຶກຫັດການໃຫ້ຄຳປຶກສາ ແລະ ແນະນຳແມ່ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ການດູແລເດັກນ້ອຍໃນ1,000 ວັນທຳອິດ

#NUTRITON1000DAYSPROJECT#PFHALAOS